ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຊຽນ​-ນູແອນເຊລັງ​ ໝັ້ນ​ໝາຍ​ເພີ່ມ​ທະວີ​
ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ


   ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 26 ມີນາ ນີ້​ວ່າ:  ກອງປະຊຸມ​ຄັ້ງ​ທີ XI ຄະນະ​ກຳມະ ການ​ຮ່ວມ​ມື​ຮ່ວມ​ອາ​ຊຽນ-ນູ​ແວນ​ເຊ​ລັງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມີນາ ທີ່​ນະຄອນຫຼວງ ຈາ​ກາ​ຕາ ປະເທດ​ອິນ​ໂດ​ເນ​ເຊຍ, ສອງ​ຝ່າຍ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ເພິ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ຜ່ານ ​ ການ​ຜັນ​ຂະຫຍາຍ​ແຜນການ​ດຳເນີນ​ງານ​ອາ​ຊຽນ-ນູ​ແວນ​ເຊ​ລັງ​ໄລຍະ 2021-2025. ສອງ​ຝ່າຍ​ຫວັງ​ວ່າ​ຈະ​ສຳເລັດ​ການ​ເຈລະຈາ​ຍົກ​ລະດັບ​ສັນຍາ​​ສ້າງຕັ້ງ​ ເຂດ​ການ​ຄ້າ​ເສລີ ​ອາ​ຊຽນ-ອົດ​ສະ​ຕຼາ​ລີ-ນູ​ແວນ​ເຊ​ລັງ​ ໂດຍ​ໄວ​ແລະ​ຮຽກຮ້ອງ​ໃຫ້​ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ​ຢ່າງ​ມີ​ປະ​ສິດ ທິ​ຜົນ. ກອງ​ປະຊຸມ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳເປັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງເຂດ​ພະລັງງານ​ທົດ​ແທນ, ກະສິກຳ​ອັດ​ສະ​ລິ​ຍະແທດເໝາະ​ກັບ​ການ​ປ່ຽນແປງ ​ ດິນ​ຟ້າ​ອາກາດ, ພັດ​ທະ​​ນາ​ແບບ​ຍືນ​ຍົງ, ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງສອງ​ຝ່າຍ​ຍັງ​ສະແດງ​ຄວາມ​ຫວັງ​ສືບຕໍ່​ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່ມ ແລະ ການ ເຄື່ອນ​ໄຫວ​ສະເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ-ນູ​ແວນ​ເຊ​ລັງ​ ໃນ​ປີ 2025.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/03/2023